03/03/2023

ວັນທີ 18 ມັງກອນຜ່ານມານີ້, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມພົບປະປະຊາຊົນບ້ານໜອງໄຮໂຄກ ເມືອງໂພນທອງ ແຂວງຈຳປາສັກ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກພ້ອມຄະນະນຳຂອງແຂວງ, ພະແນກການກ່ຽວຂ້ອງ ຮ່ວມຕິດຕາມ ແລະ ທ່ານ ສຸພາບ ທໍາມະຮັກສາ ເຈົ້າເມືອງໂພນທອງ, ມີຄະນະນຳຂອງເມືອງ, ອຳນາດການປົກຄອງ, ຕະຫຼອດຮອດພໍ່ແມ່ປະຊາຊົນ ກຸ່ມບ້ານດັ່ງກ່າວໃຫ້ການຕ້ອນຮັບ. ໃນການພົບປະຢ້ຽມຢາມຄັ້ງນີ້, ທ່ານຮອງປະທານປະເທດພ້ອມຄະນະໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະໜຶ່ງປີຜ່ານມາຂອງເມືອງຈາກທ່ານສຸພາບທໍາມະຮັກສາເຈົ້າເມືອງໂພນທອງ, ພ້ອມທັງຮັບຟັງລາຍງານສະພາບລວມຂອງກຸ່ມບ້ານ ຜ່ານການຈັດຕັ້ງປະຕິບັດຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງແລະຄວາມສາມັກຄີຂອງພໍ່ແມ່ປະຊາຊົນໃນການພັດທະນາພໍ່ແມ່ປະຊາຊົນໄດ້ປະກອບສ່ວນທຶນຮອນແລະເຫື່ອແຮງເຂົ້າໃນການກໍ່ສ້າງເສັ້ນທາງເບຕົງພາຍໃນບ້ານແລະການສ້າງພື້ນຖານໂຄງລ່າງ; ການຈັດຕັ້ງໄດ້ນຳພາຊຸກຍູ້ພໍ່ແມ່ປະຊາຊົນສ້າງເສດຖະກິດຮອບດ້ານ, ການຜະລິດເຂົ້ານາປີ, ປູກພືດ, ລ້ຽງສັດແລະສ້າງວຽກເຮັດງານທຳເຮັດໃຫ້ເສດຖະກິດບຸກຄົນ, ຄອບຄົວດີຂຶ້ນເປັນກ້າວໆ.
ໂອກາດນີ້, ທ່ານຮອງປະທານປະເທດກໍມີຄຳເຫັນພົບປະໂອ້ລົມໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະພັກ-ອົງການປົກຄອງທຸກຂັ້ນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນກຸ່ມບ້ານທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ, ພ້ອມນັ້ນ ກໍໄດ້ເນັ້ນໃຫ້ອົງການປົກຄອງທຸກຂັ້ນ ຕ້ອງໄດ້ຈັດຊຸດອົບຮົມວິຊາຊີບໃຫ້ແກ່ລູກຫຼານ, ສົ່ງເສີມປະຊາຊົນໃຫ້ມີທ່າແຮງທາງດ້ານການຜະລິດເພື່ອໃຫ້ມີລາຍໄດ້ເພີ່ມຂຶ້ນ, ວຽກງານກະສິກໍາຫັດຖະກຳປຸງແຕ່ງໃຫ້ກາຍເປັນຜະລິດຕະພັນເພື່ຶອຫຼຸດຜ່ອນການນໍາເຂົ້າສິນຄ້າ ແລະ ກາຍເປັນສິນຄ້າປະຈໍາຊຸມຊົນເພື່ອດຶງດູດການທ່ອງທ່ຽວ ເຮັດໃຫ້ເມືອງໂພນທອງ ເປັນຈຸດດຶງດູດນັກທ່ອງທ່ຽວເຂົ້າມາແວະຊົມຈັບຈ່າຍຜະລິດຕະພັນປະຈໍາກຸ່ມບ້ານ ພ້ອມທັງຂະຫຍາຍຕະຫຼາດຈໍາໜ່າຍສິນຄ້າເລີ່ມຈາກພາຍໃນປະເທດ ເພື່ອສ້າງຄຸນນະພາບຊີວິດຂອງປະຊາຊົນ ໃນທ້ອງຖິ່ນ ດີຂຶ້ນເທື່ອລະກ້າວ. ຈາກນັ້ນ, ທ່ານຮອງປະທານປະເທດ ແລະ ຄະນະ ຍັງໄດ້ຢ້ຽມຢາມພົບປະໂອ້ລົມຄະນະພັກ, ຄະນະນຳ ແລະ ພະນັກງານ-ລັດຖະກອນ ບັນດາຂະແໜງການ ຂອງຄະນະຄຸ້ມຄອງດ່ານຊາຍແດນສາກົນວັງເຕົ່າ ແລະ ຢ້ຽມຢາມບໍລິສັດທ່າບົກວັງເຕົ່າ ຈຳກັດ ຢູ່ເຂດເສດຖະກິດວັງເຕົ່າໂພນທອງ ຕື່ມອີກ.
ຂ່າວ: ພູທິບສະຫວັນ