03/03/2023

ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເມືອງມຸນລະປາໂມກ ແຂວງຈຳປາສັກ ໃນວັນທີ 17 ມັງກອນນີ້, ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳຂອງແຂວງ, ພະແນກການກ່ຽວຂ້ອງຮ່ວມຕິດຕາມ ແລະ ມີ ທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກ ໃຫ້ການຕ້ອນຮັບ. ໃນການຢ້ຽມຢາມເມືອງມຸນລະປາໂມກຄັ້ງນີ້, ທ່ານຮອງປະທານປະເທດໄດ້ຢ້ຽມຢາມເຂດການຜະລິດເຂົ້າ ບ້ານປ່າໂມກ ຂອງ ບໍລິສັດລັດວິສາຫະກິດກໍ່ສ້າງຂົວ-ທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ແລະ ຮັບຟັງການລາຍງານຈາກ ທ່ານ ພັນເອກ ສີສະຫງວນ ອິນທະຈັກ ຜູ້ອຳນວຍການບໍລິສັດດັ່ງກ່າວ, ເຂດການຜະລິດເຂົ້າຂອງບໍລິສັດມີເນື້ອທີ່ປູກເຂົ້າທັງໝົດ 350 ເຮັກຕາ, ສາມາດປູກເຂົ້າໄດ້ 2 ລະດູການ/ປີ; ດ້ວຍກຳມະວິທີການປູກແບບຢອດເມັດ, ສ່ວນໃຫຍ່ແມ່ນນໍາໃຊ້ກົນຈັກທີ່ທັນສະໄໝເຂົ້າໃນການຜະລິດ ເນື່ອງຈາກວ່າໃຊ້ຕົ້ນທຶນທີ່ຕໍ່າ ແລະ ຫຼຸດຜ່ອນກໍາລັງແຮງງານຄົນໄດ້ດີສາມາດຄືນທຶນໄດ້ໄວ. ສ່ວນຕົ້ນທຶນໃນການບຸກເບີກເນື້ອທີ່ນາແມ່ນປະມານ 15 ລ້ານກີບ/ເຮັກຕາ, ຜົນຜະລິດທີ່ໄດ້ຮັບສະເລ່ຍ 2,5 ໂຕນ/ເຮັກຕາ ສຳລັບການຜະລິດປີຜ່ານມາແລະຕົ້ນປີ 2023 ໄດ້ມີການປັບປຸງເນື້ອທີ່ນາໃໝ່, ແກ້ໄຂລະບົບລະບາຍນໍ້າເພື່ອໃຫ້ທ່ວງທັນໃນການຜະລິດ ແລະ ຄາດຄະເນຜົນຜະລິດທີ່ຈະໄດ້ຮັບແມ່ນ 4 ໂຕນ/ເຮັກຕາ. ນອກນັ້ນ ກໍມີໂຮງສີເຂົ້າທັນສະໄໝ, ສະມັດຖະພາບສາມາດຄັດເມັດ ແຍກເມັດເຂົ້າ ໄດ້ລະອຽດ ແລະ ສາມາດສີເຂົ້າໄດ້ 2 ໂຕນ/ຊົ່ວໂມງ, ສະເລ່ຍໃນມື້ໝຶ່ງໄດ້ 16 ໂຕນ; ສ່ວນໃຫຍ່ເຂົ້າທີ່ສີໄປແມ່ນສົ່ງໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂົງເຂດພາກໃຕ້ ແລະ ພາກກາງ ທັງນີ້ ກໍເພື່ອຮັບປະກັນທາງດ້ານສະບຽງອາຫານໃຫ້ແກ່ກອງທັບປະຊາຊົນລາວ ແລະ ຍັງຈັດຈຳໜ່າຍຕາມທ້ອງຕະຫຼາດພາຍໃນປະເທດອີກດ້ວຍ;
ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະ ຍັງໄດ້ລົງເບິ່ງຈຸດທີ່ຈະກໍ່ສ້າງຂົວເຊລຳເພົາ ຕັ້ງຢູ່ບ້ານເວີນຍາງ, ເມືອງມູນລະປາໂມກ, ຕາມການອອກແບບຂົວແມ່ນກຳນົດຈຸດຫ່າງຈາກເສັ້ນທາງໄປປະມານ 500 ແມັດ, ເປັນຂົວເບຕົງອັດແຮງ, ມີຄວາມຍາວ 150 ແມັດ, ກວ້າງໜ້າຂົວ 8 ແມັດ, ໂຄງການນີ້ໄດ້ເລີ່ມດຳເນີນການແຕ່ປີ 2013 ເປັນຕົ້ນມາ ແລະ ໃນໂອກາດດັ່ງກ່າວ, ທ່ານນາງປານີຢາທໍ່ຕູ້ຍັງໄດ້ມອບນ້ຳດື່ມ, ປັດໄຈການບໍລິໂພກໃຫ້ກຳລັງປກຊ-ປກສໃນເຂດຈຸດດັ່ງກ່າວນຳອີກ. ໃນວັນດຽວກັນ, ທ່ານນາງປານີຢາທໍ່ຕູ້ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມເຂດເສດຖະກິດໃໝ່ສີທັນດອນເມືອງໂຂງໂດຍມີທ່ານວິໄລວົງບຸດດາຄຳເຈົ້າແຂວງຈຳປາສັກພ້ອມຄະນະນຳຂອງແຂວງ, ມີທ່ານເຈົ້າເມືອງໆໂຂງແລະບັນດາພະແນກການກ່ຽວຂ້ອງເຂົ້າຮ່ວມຕິດຕາມ. ໂອກາດນີ້, ທ່ານຮອງປະທານປະເທດ ແລະ ຄະນະ ໄດ້ຮັບຟັງການລາຍງານຈາກ ທ່ານ ອຸໄທ ແກ້ວໃຈຍົມ ຮອງອຳນວຍການໃຫຍ່ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ກ່ຽວກັບ ການຈັດຕັ້ງປະຕິບັດ ແລະ ແຜນການດໍາເນີນການກໍ່ສ້າງໂຄງການພັດທະນາເສດຖະກິດໃໝ່ສີທັນດອນ ຊຶ່ງໄດ້ມີການພັດທະນາຄຽງຄູ່ກັບການອະນຸລັກທໍາມະຊາດ ແລະ ຈັດສັນພື້ນທີ່ໃຫ້ມີຄວາມເປັນລະບຽບມີຄວາມກົມກືນກັບສິ່ງປຸກສ້າງ, ໂຄງການໄດ້ເລີ່ມລົງມືກໍ່ສ້າງໃນກາງປີ 2018 ມາຮອດປັດຈຸບັນ, ອັນພົ້ນເດັ່ນໂຄງການໄດ້ສໍາເລັດການກໍ່ສ້າງຊ່ວຍເຫຼືອເສັ້ນທາງຄອນກຣີດອ້ອມດອນໂຂງມີຄວາມຍາວ 43,5 ກິໂລແມັດ; ຊ່ວຍເຫຼືອກໍ່ສ້າງອາຄານຫ້ອງຮຽນຫຼັງໃໝ່ ແລະ ສະໂມສອນໂຮງຮຽນປະຖົມສົມບູນ ບ້ານຂີ້ນາກ; ໂຄງການກໍ່ສ້າງກັນເຈື່ອນແມ່ນໍ້າຂອງ ແລະ ເສັ້ນທາງພູມສັນຖານທີ່ສຳເລັດແລ້ວລວມ ທັງໝົດ 1,2 ກິໂລແມັດ.
ດ້ານການທ່ອງທ່ຽວ ໄດ້ເຂົ້າພັດທະນາ 2 ແຫຼ່ງທ່ອງທ່ຽວ ໂຄງການອຸທິຍານນໍ້າຕົກຕາດຄອນພະເພັງ ແລະ ອຸທິຍານນໍ້າຕົກຕາດສົມພະມິດ ແລະ ສໍາເລັດການກໍ່ສ້າງໂຮງແຮມເມສເວດອນ (ລາວ) ເຂດວິນລາ 21 ຫຼັງທີ່ຕັ້ງຢູ່ແຄມແມ່ນໍ້າຂອງ ທີ່ຈະເປີດໃຫ້ບໍລິການໃນໄວໆນີ້. ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາຂອງບໍລິສັດຮ່ວມພັດທະນາສີທັນດອນຈໍາກັດ ພ້ອມທັງເນັ້ນ ໃຫ້ ບໍລິສັດ STD ສືບຕໍ່ເພີ່ມທະວີໃນການພັດທະນາພື້ນຖານໂຄງລ່າງຕາມແຜນການ ແລະ ວຽກງານທີ່ຍັງຄົງຄ້າງຂອງໂຄງການຄຽງຄູ່ກັບການການຊຸກຍູ້ສົ່ງເສີມການພັດທະນາທ້ອງຖິ່ນ ແລະ ໃນມື້ດຽວກກັນທ່ານຮອງປະທານປະເທດ ແລະ ຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນຊາຍແດນລາວ-ກຳປູເຈຍ, ໂດຍມີຄະນະຄຸ້ມຄອງດ່ານດັ່ງກ່າວໃຫ້ການຕ້ອນຮັບ.
ຂ່າວ: ທັດຊະນະ