ວາງສິລາລືກ ໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ

23/02/2023

ວາງສິລາລືກ ໂຄງການກໍ່ສ້າງຕຶກແຄນຄູ່  ເຂດພັດທະນາເສດຖະກິດໃໝ່ ສີທັນດອນ

        ພິທີວາງສິລາລືກ ໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ໄດ້ຈັດຂື້ນ ໃນວັນທີ 22 ກຸມພາ 2023, ເຊິ່ງມີທີ່ຕັ້ງຢູ່ບ້ານ ທ່າຄໍ້, ເມືອງໂຂງ, ແຂວງຈໍາປາສັກ ເຊິ່ງປະເມີນມູນຄ່າການລົງທຶນ 130 ລ້ານໂດລາສະຫະລັດ ບໍ່ລວມຄ່າຕົບແຕ່ງ. ພິທີດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີ  ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ບັນດາທ່ານລັຖະມົນຕີ,ຮອງລັດຖະມົນຕີ, ມີ ຄະນະ ສະພາຜູ້ຖືຮຸ້ນ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈໍາກັດ, ການນໍາຂັ້ນສູນກາງ, ທ້ອງຖິ່ນ ທີ່ກ່ຽວຂ້ອງ ຕະຫຼອດຮອດ ຫົວໜ່ວຍທຸລະກິດລັດ ແລະເອກະຊົນ ເຂົ້າຮ່ວມ. ໃນພິທີ, ທ່ານ ລາຕີ ສີສຸພັນນະວົງ ຮອງປະທານ ສະພາຜູ້ຖືຮຸ້ນບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ກ່າວວ່າ: ໂຄງການນີ້ ແມ່ນໜຶ່ງໃນບັນດາໂຄງການທີ່ນອນຢູ່ໃນແຜນການກໍ່ສ້າງ ແລະ ພັດທະນາໂຄງການ ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ທີ່ໄດ້ເຊັນສັນຍາກັບລັດຖະບານແຫ່ງ ສປປ ລາວ ໃນວັນທີ: 30 ມິຖຸນາ 2018, ທີ່ຕັ້ງໂຄງການຕັ້ງຢູ່ ເມືອງ ໂຂງ, ແຂວງ ຈໍາປາສັກ, ສປປ ລາວ, ມີເນື້ອທີ່ສໍາປະທານທັງໝົດ 9,846 ເຮັກຕາ, ແບ່ງອອກເປັນ 11 ເຂດ ແລະ ແບ່ງເປັນ 6 ໄລຍະຂອງການພັດທະນາ.

       ໂດຍມີຈຸດປະສົງທີ່ຈະພັດທະນາເຂດດັ່ງກ່າວໃຫ້ກາຍເປັນເຂດທີ່ທັນສະໄໝຮອບດ້ານ, ເປັນບ່ອນດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ, ມີຄວາມສະຫງົບ-ປອດໄພ, ເປັນເຂດສີຂຽວ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມສີວິໄລ, ຍຸຕິທຳ, ເສີມສ້າງອະລິຍະທຳ ແລະ ວັດທະນະທຳຂອງຊາດ, ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ, ລວມທັງການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ. ສໍາລັບ ໂຄງການ ໂຮງແຮມ ແຄນຄູ່ ແມ່ນຈະເລີ່ມພັດທະນາ ແລະ ກໍ່ສ້າງຢູ່ໃນໄລຍະທີ 1, ເຊິ່ງມີທີ່ຕັ້ງຢູ່ ເຂດ A ຂອງໂຄງການ ກໍ່ຄືເຂດ ບ້ານ ທ່າຄໍ້, ເມືອງ ໂຂງ, ແຂວງ ຈໍາປາສັກ ແລະ ໄດ້ກໍານົດທີ່ຕັ້ງໃຫ້ມີໄລຍະຫ່າງຈາກ ນໍ້າຕົກຄອນພະເພັງ 2 ກວ່າກິໂລແມັດ ຕາມທີ່ໄດ້ສັນຍາກັບລັດຖະບານ. ຮູບຊົງຂອງໂຮງແຮມໄດ້ຮັບການອອກແບບທາງສະຖາປັດຕະຍະກໍາໃຫ້ມີຮູບຊົງອັນສວຍງາມ ໂດຍຕົວອາຄານໄດ້ນໍາເອົາຮູບຊົງຂອງແຄນທີ່ເປັນເຄື່ອງດົນຕີພື້ນເມືອງຂອງປະຊາຊົນລາວ ແລະ ຮູບຊົງຂອງກະຕິບເຂົ້າທີ່ເປັນເຄື່ອງໃຊ້ໃນການດໍາລົງຊີວິດປະຈໍາວັນຂອງປະຊາຊົນລາວມາແຕ່ບູຮານນະການມາເປັນແຮງບັນດາໃຈໃນການອອກແບບ. ປະເມີນມູນຄ່າການລົງທຶນ 130 ລ້ານໂດລາສະຫະລັດ ເຊິ່ງໃນມູນຄ່າດັ່ງກ່າວແມ່ນບໍ່ລວມຄ່າຕົບແຕ່ງ ແລະ ຈະໃຊ້ເວລາການກໍ່ສ້າງປະມານ 3 ປີ ໂດຍມີຫຼາຍກິດຈະການແມ່ນຈະສາມາດເປີດໃຊ້ບໍລິການໄດ້. ເມື່ອສ້າງສຳເລັດຈະສາມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 2,000ຄົນ/ມື້. ເນື້ອທີ່ສິ່ງປຸກສ້າງທັງໝົດ 366,923 ກວ່າຕາແມັດ ແລະ ປະກອບດ້ວຍ 2 ສ່ວນຄື: ສ່ວນທີ 1: ໂຮງແຮມ ກະຕິບເຂົ້າ, ມີຈໍານວນ 2 ຕຶກ, ຄວາມສູງ 62 ແມັດ, ມີ 13 ຊັ້ນ; ສ່ວນທີ 2: ໂຮງແຮມ ແຄນຄູ່, ມີຈໍານວນ 2 ຕຶກ, ຄວາມສູງ 248.98 ແມັດ, ມີ 63 ຊັ້ນ.

        ຕາມແຜນການແມ່ນຈະເລີ່ມຈາກການ ກໍ່ສ້າງ ໂຮງແຮມ ກະຕິບເຂົ້າ  ທີ່ມີເນື້ອທີ່ສິ່ງປຸກສ້າງທັງໝົດໃນໄລຍະທໍາອິດ 67,132 ກວ່າຕາແມັດ, ອີງຕາມວິໃສທັດຂອງແຜນການ ແມ່ນຈະສ້າງ ໂຮງແຮມ ແຄນຄູ່ ຈະເປັນ ເຂດໃຈກາງທາງດ້ານໂຮງແຮມ, ທຸລະກິດ, ການຄ້າ, ວັດທະນະທໍາ ແລະ ຄວາມບັນເທີງ, ອັນຈະກາຍເປັນພູມີທັດໃໝ່ຂອງຕົວເມືອງທີ່ຈະເປັນສັນຍາລັກຂອງເຂດສີ່ພັນດອນ ແລະ ສປປ ລາວ, ບົນພື້ນຖານການປະຕິບັດຕາມແນວຄວາມຄິດການພັດທະນາແບບປະຢັດພະລັງງານ, ເປັນມິດຕໍ່ສິ່ງແວດລ້ອມ, ນໍາໃຊ້ພື້ນທີ່ຢ່າງສົມເຫດສົມຜົນ ແລະ ຕົວເມືອງອັດສະລິຍະ. ເຊິ່ງຈະເປັນໂຮງແຮມ 5 ດາວ ລະດັບສາກົນແບບສະໄໝໃໝ່ທີ່ລວບລວມເອົາ: ການພັກຜ່ອນຢ່ອນໃຈ, ທຸລະກິດ, ການຄ້າ, ການປະຊຸມ, ການຊື້ເຄື່ອງ, ຄວາມບັນເທີງ, ການສະແດງ, ໂຮງແຮມຕິດດາວ, ສິ່ງອໍານວຍຄວາມສະດວກດ້ານການບໍລິການແບບຄົບວົງຈອນ ແລະ ອື່ນໆ ເຂົ້າມາລວມຢູ່ໃນໂຄງການດັ່ງກ່າວ. ເປັນ​ການ​ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ ແລະ ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາໃຫ້​ປະຊາຊົນທ້ອງຖິ່ນ ທັງ​ເປັນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ຢູ່​ທ້ອງ​ຖິ່ນ ໃຫ້​ນັບ​ມື້​ມີ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຂຶ້ນ.

        ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກ່າວວ່າ:  ບົນພື້ນຖານ ອັນພົ້ນເດັ່ນ ແລະ ລັກສະນະພິເສດຂອງແຂວງຈຳປາສັກ ຊຶ່ງໄດ້ກໍານົດທິດທາງການພັດທະນາເສດຖະກິດ-ສັງຄົມ ສົກປີ 2021-2025 ໂດຍສຸມໃສ່ສົ່ງເສີມການຜະລິດເປັນສິນຄ້າຕາມຈຸດພິເສດ ແລະ ທ່າ ແຮງ, ຍູ້ແຮງຂະບວນການຜະລິດ “ຈໍາປາສັກຜະລິດ, ຈໍາປາສັກຊື້, ຈໍາປາສັກໃຊ້, ຈໍາປາສັກຂາຍໃຫ້ພາຍໃນ ແລະ ຕ່າງ ປະເທດ”; ສົ່ງເສີມການຜະລິດກະສິກໍາ ຕິດພັນກັບການສົ່ງ ເສີມອຸດສາຫະກຳປຸງແຕ່ງ; ສ້າງ, ປັບປຸງ ແລະ ພັດທະນາແຫລ່ງທ່ອງທ່ຽວໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ; ໄປພ້ອມກັບການຜັນຂະຫຍາຍ ແຜນຈຸດສຸມພັດທະນາເສດຖະ ກິດ-ສັງຄົມ, ວາລະແຫ່ງຊາດ ແລະ ວາລະຂອງແຂວງ ໂດຍສະເພາະ ການສົ່ງເສີມພັດທະນາເຂດເສດຖະກິດພິເສດ ໃຫ້ກາຍເປັນຖານການຜະລິດ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ເຊິ່ງມາຮອດປະຈຸບັນ ແຂວງຈຳປາສັກ ໄດ້ຮັບອະນຸຍາດສ້າງຕັ້ງເຂດເສດຖະກິດພິເສດແລ້ວ 4 ເຂດ  ແລະ ເຂດພັດທະນາເສດຖະກິດໃໝ່ສີທັນດອນ ເປັນໜຶ່ງເຂດພັດທະນາ ທີ່ໄດ້ຮັບອະນຸຍາດລົງທຶນຈາກລັດຖະບານແຫ່ງ ສປປລາວ ດ້ວຍມູນຄ່າການລົງທຶນ 1.330 ລ້ານໂດລາ, ມີອາຍຸສໍາປະທານ 50 ປີ ແລະ ໄດ້ເລີມລົງມື້ຈັດຕັ້ງປະຕິບັດໂຄງການ ນັບແຕ່ປີ 2018 ເປັນຕົ້ນມາ;

        ການຈັດຕັ້ງປະຕິບັດໂຄງການ ເຖິ່ງວ່າຈະປະສົບກັບບັນຫາສິ່ງທ້າທາຍຫຼາຍປະການ ອັນເນື່ອງຈາກ ສະພາບກາລະບາດຂອງພະຍາດໂຄວິດ-19, ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຕ່ດ້ວຍຄວາມເປັນເຈົ້າການຂອງທຸກພາກສ່ວນ ນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ຄວາມເອົາໃຈໃສ່ສູ້ຊົນບຸກບືນຜູ້ລົງທຶນພັດທະນາ ອັນສຳຄັນປະຊາຊົນມີຄວາມຮັບຮູ້ ເຂົ້າໃຈ ແລະ ເປັນເອກະພາບ ຕໍ່ກັບແນວທາງ, ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືແຜນພັດທະນາເຂດເສດຖະ ກິດໃໝ່ມະຫານາທີສີທັນດອນ ເຮັດໃຫ້ໂຄງການໄດ້ຮັບການ ຈັດຕັ້ງປະຕິບັດ ມີຜົນສຳເລັດອັນສຳຄັນຫຼາຍດ້ານ ເປັນຕົ້ນແມ່ນ ການກໍ່ສ້າງພື້ນຖານໂຄງລ່າງ, ການກໍ່ສ້າງໂຮງແຮມ, ຕຶກອາຄານຕ່າງໆ ລວມທັງການວາງສີລາລຶກ ໂຄງການກໍ່ສ້າງຕຶກແຄນຄູ່ໃນຄັ້ງນີ້ ເຊິ່ງໄດ້ເປັນສັນຍາລັກ ຂີດໝາຍອັນສຳຄັນ ຂອງການພັດທະນາໂຄງການ ໃຫ້ກ່າວສູ້ຜົນສຳເລັດຢ່າງສົມ ບູນໃນຕໍ່ໜ້າ; ໄປຄຽງຄູ່ກັນນັ້ນ ກໍຂໍສະແດງຄວາມຍ້ອງຍໍ ຊົມ ເຊີຍມາຍັງຜູ້ລົງທຶນພັດທະນາ ທີ່ໄດ້ປະກອບສ່ວນທຶນເຂົ້າໃນການປັບປຸງ ພັດທະນາພື້ນຖານໂຄງລ່າງສຳຄັນຈຳເປັນ ບໍ່ສະ ເພາະເພື່ອນໍາໃຊ້ເຂົ້າໃນວຽກງານຂອງໂຄງການ ແຕ່ຍັງຊ່ວຍ ເຫຼືອສັງຄົມ, ຊຸມຊົນ, ປະຊາຊົນໄດ້ນໍາໃຊ້ ໂດຍສະເພາະການກໍ່ສ້າງເສັ້ນທາງອ້ອມດອນໂຂງ ມີຄວາມຍາວ 43,5 ກິໂລ ແມັດ, ການກໍ່ສ້າງກັນເຈື່ອນ, ການກໍ່ສ້າງໂຮງງານນ້ຳປະປາ ທີ່ສາມາດສະໜອງນ້ຳພາຍໃນເຂດໂຄງການ ແລະ ໝູ່ບ້ານອ້ອມຂ້າງ ແລະ ການຊ່ວຍເຫຼືອກໍ່ ສ້າງໂຮງຮຽນປະຖົມບ້ານຂີ້ນາກ ລວມເປັນມູນຄ່າ ຫຼາຍກວ່າ 34,5 ລ້ານໂດລາສະຫາລັດ.

 

ຂ່າວ: ທັດຊະນະ.

 

 

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ