21/02/2023

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໃນວັນທີ 21 ກຸມພາ 2023 ນີ້, ທີ່ຫ້ອງວ່າການແຂວງ ຈຳປາສັກ. ໃນໂອກາດມາເຄື່ອນໄຫວວຽກງານ ຢູ່ແຂວງຈໍາປາສັກ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ໄດ້ກ່າວຕ້ອນຮັບ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ ທີ່ມາເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຈໍາປາສັກ ໃນເທື່ຶອນີ້. ພ້ອມນັ້ນ ກໍໄດ້ລາຍງານໃຫ້ຮູ້ກ່ຽວກັບ ສະພາບອັນພົ້ນເດັ່ນ, ການນໍາພາ - ຊີ້ນໍາການຈັດຕັ້ງປະຕິບັດວຽກງານຕ່າງໆ ໂດຍສະເພາະແມ່ນ ວຽກງານຕາມແຜນຍຸດທະສາດ, ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນ ກັບຂະແໜງແຜນການ ແລະ ການລົງທຶນ ກໍຄືວຽກງານສົ່ງເສີມການຄ້າ ແລະ ການລົງທຶນ, ການຜະລິດເປັນສິນຄ້າ ແລະ ສົ່ງເສີມການສົ່ງອອກ ແລະ ອື່ນໆ. ຈາກນັ້ນ, ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຂອບໃຈ ແລະຊົມເຊີຍ ຜົນສຳເລັດ ຂອງການນໍາພາ-ຊີ້ນຳວຽກງານ ໃນໄລຍະຜ່ານມາ, ໂດຍສະເພາະ ວຽກງານແຜນການ ແລະ ການລົງທຶນ ຊຸກຍູ້ ດຶງດູດນັກລົງທຶນ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ, ພ້ອມນັ້ນ ກໍຂໍໃຫ້ການນຳແຂວງຈຳປາສັກ ສືບຕໍ່ຊຸກຍູ້ ຊີ້ນຳ-ນຳພາວຽກງານດັ່ງກ່າວ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສ້າງສາພັດທະນາເສດຖະກິດຂອງຊາດ.
ຂ່າວ: ທັດຊະນະ. ພາບ: ພູທິບສະຫວັນ