ເຈົ້າແຂວງຈໍາປາສັກ ຕ້ອນຮັບຮອງລັດຖະມົນຕີກະຊວງພາຍໃນ

20/02/2023

ເຈົ້າແຂວງຈໍາປາສັກ ຕ້ອນຮັບຮອງລັດຖະມົນຕີກະຊວງພາຍໃນ

        ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີ ກະຊວງພາຍໃນ ພ້ອມດ້ວຍຄະນະ ເຂົ້າພົບປະ, ໃນວັນທີ 20 ກຸມພາ 2023 ນີ້ ທີ່ຫ້ອງວ່າການແຂວງ ຈຳປາສັກ. ໃນໂອກາດມາເຄື່ອນໄຫວຕິດຕາມຊຸກຍູ້ວຽກງານ ຢູ່ແຂວງຈໍາປາສັກ.  ໂອກາດນີ້, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ໄດ້ສະແດງການຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຊຸກຍູ້ວຽກງານຂະແໜງພາຍໃນຢູ່ແຂວງຈໍາປາສັກ ໃນເທື່ອນີ້. ພ້ອມນັ້ນ ທ່ານເຈົ້າແຂວງຈຳປາສັກ ໄດ້ຍົກໃຫ້ຮູ້ ຜ່ານມາ ແຂວງຈໍາປາສັກເຮົາໄດ້ເອົາໃຈໃສ່ ຜັນຂະຫຍາຍເນື້ອໃນຈິດໃຈວຽກງານ 3 ສ້າງ ເຂົ້າໃສ່ໃນວຽກງານວິຊາສະເພາະຂອງໃຜລາວ ຢ່າງເປັນຂະບວນການ ແລະ ມີຄວາມສອດຄ່ອງໃນວຽກງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນ "ຮັກຊາດ ແລະ ພັດທະນາ", ໂດຍ ພະແນກພາຍໃນແຂວງ ໄດ້ເປັນເຈົ້າການໃນ ການປັບປຸງກົງຈັກການຈັດຕັ້ງ, ການໂຄສະນາເຜີຍແຜ່-ເຊື່ອມຊຶມບັນດານິຕິກໍາໃຫ້ແກ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຢ່າງກວ້າງຂວາງ.
ໂອກາດດຽວກັນນີ້, ທ່ານ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງ ແຈ້ງຈຸດປະສົງໃຫ້ຮູ້ວ່າ: ເພື່ອ ຮ່ວມເປັນປະທານກອງປະຊຸມລະດົມຄຳຄິດເຫັນໃສ່ຮ່າງດຳລັດວ່າດ້ວຍການຫັນຫົວໜ່ວຍວິຊາການເປັນເຈົ້າຕົນເອງ ແລະ ຮ່າງດຳລັດວ່າດ້ວຍພາລະກອນ , ພ້ອມທັງ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ໂດຍສະເພາະ ຈະໄດ້ພົບປະໂອ້ລົມ- ປຶກສາຫາລື ວຽກງານຂອງຂະແໜງພາຍໃນ ແລະ ຕິດຕາມສະພາບການຈັດຕັ້ງປະຕິບັດວຽກງານບໍລິການ ຂອງພາກລັດ ທີ່ສູນບໍລິການຜ່ານປະຕູດຽວ ນຳອີກ.

ຂ່າວ: ນ ພູທິບສະຫວັນ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ