ແຂວງຈຳປາສັກ-ນະຄອນໂຮ່ຈິມິນ ສືບຕໍ່ເພີ້ມທະວີ ການຮ່ວມມື ສອງຝ່າຍ

16/02/2023

ແຂວງຈຳປາສັກ-ນະຄອນໂຮ່ຈິມິນ ສືບຕໍ່ເພີ້ມທະວີ ການຮ່ວມມື ສອງຝ່າຍ

      ພິທີ ພົບປະ ແລະ ເຊັນ ບົດບັນທຶກການຮ່ວມມື ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ສປປ ລາວ ແລະ ຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ສສ ຫວຽດນາມ, ໄລຍະສົກປີ 2022-2025. ໄດ້ມີຂຶ້ນໃນວັນທີ 3 ທັນວາ 2022. ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ. ໂດຍການ ຮ່ວມລົງນາມ ຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ທ່ານ ຟານວັນມ້າຍ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ. ໂດຍມີ ທ່ານ ນາງ ພິມພາ ແກ້ວມີໄຊ ກົງສຸນໃຫຍ່ ແຫ່ງ ສປ ລາວ ປະຈຳນະຄອນໂຮ່ຈິມິນ ແລະ ພ້ອມດ້ວຍ ຄະນະຜູ້ແທນຂອງ ສອງຝ່າຍ ເຂົ້າຮ່ວມ. ບົດບັນທຶກສະບັບນີ້ ແມ່ນ ສ້າງຂຶ້ນ ບົນພື້ນຖານຄວາມຮຽກຮ້ອງຕ້ອງການ ໃນການສືບຕໍ່ຜັນຂະຫຍາຍສາຍພົວພັນການຮ່ວມມື, ປະກອບສ່ວນຢ່າງເລິກເຊີ່ງເຂົ້າໃນວຽກງານການພັດທະນາ “ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫ່ວາງ ລາວ-ຫວຽດນາມ” ແລະ ເພື່ອເປັນການສະເຫຼີມສະຫຼອງ ສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ. ໂດຍ ອີງໃສ່ພື້ນຖານຄວາມຖືກຕ້ອງ, ສອດຄ່ອງກັບກົດໝາຍຂອງ ສອງປະເທດ ແລະ ບົນພື້ນຖານ ຄວາມສະເໝີພາບ, ຊຶ່ງທັງສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນ ຕໍ່ບັນດາເນື້ອໃນການຮ່ວມມື ໃນຫຼາຍດ້ານເຊັ່ນ: ດ້ານການເມືອງ ແມ່ນ ສອງຝ່າຍຈະສືບຕໍ່ເພີ້ມທະວີ ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແຂວງຈຳປາສັກ ກັບ ນະຄອນໂຮ່ຈິມິນ; ພ້ອມກັນຊຸກຍູ້ໃຫ້ບັນດາພະແນກ, ຂະແໜງການ ແລະ ນັກທຸລະກິດສອງຝ່າຍ ເພີ້ມທະວີການຮ່ວມມື, ການພົບປະ, ແລກປ່ຽນບົດຮຽນ ການກໍ່ສ້າງພັກ, ການຄຸ້ມຄອງລັດ, ການຮ່ວມມືຊາວໜຸ່ມ, ການອະນຸລັກມໍລະດົກທາງດ້ານວັດທະນະທຳ, ກິລາ ເພື່ອຊ່ວຍໃຫ້ປະຊາຊົນສອງຝ່າຍເຂົ້າໃຈຢ່າງຈະແຈ້ງຕື່ມກ່ຽວກັບມູນເຊື້ອ ແລະ ການປະກອບສ່ວນຮັດແໜ້ນຄວາມສາມັກຄືເລິດເຊີ່ງ ລະຫ່ວາງປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ.

      ດ້ານການຄ້າ-ການລົງທຶນ ສອງຝ່າຍ ແມ່ນຈະຕ້ອງໄດ້ປະສານສົມທົບກັນ ຈັດຕັ້ງບັນດາກິດຈະກຳການສົ່ງເສີມທາງດ້ານການຄ້າ-ການລົງທຶນ ແລະຈັບຄູ່ຮ່ວມທຸລະກິດ; ຊຸກຍູ້ໃຫ້ນັກທຸລະກິດສອງຝ່າຍໄດ້ມີການຮ່ວມມື ກ້າວໄປເຖິງການເປິດສູນການຄ້າຈຳປາສັກ-ນະຄອນໂຮ່ຈິມິນ ຢູ່ທີ່ແຂວງຈຳປສັກ. ສອງຝ່າຍຈະສືບຕໍ່ ໃຫ້ບູລິມະສິດໃນການແກ້ໄຂ ແລະ ສ້າງບັນດາເງື່ອນໄຂສະດວກ ໃຫ້ແກ່ບັນດາໂຄງການລົງທຶນ, ນັກລົງທຶນ, ແຮງງານ, ພະນັກງານດ້ານເຕັກນິກທັງສອງຝ່າຍ ຢູ່ໃນທ້ອງຖິ່ນຂອງຕົນ ແລະ ຈະຮ່ວມກັນຄົ້ນຄ້ວາ, ແລກປ່ຽນດ້ານວິທີການຮ່ວມມືໃນການອອກແບບ ແລະ ດຳເນີນໂຄງການສະໜາມຫຼວງ/ສະໜາມແດງຢູ່ທີ່ແຂວງຈຳປາສັກ - ທີ່ເປັນເອກະລັກແຫ່ງການພົວພັນຂອງສອງປະເທດໃນປີມິດ ຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມນັ້ນ ນະຄອນໂຮ່ຈິມິນ ຈະຊ່ວຍໃນການສຶກສາຄົ້ນຄວ້າຫົວຂໍ້ “ຍົກສູງປະສິດທິພາບການເກັບລາຍຮັບງົບ ປະມານ ແລະ ການນຳໃຊ້ງົບປະມານຢູ່ແຂວງຈຳປາສັກ” ຕະຫຼອດຮອດການຊ່ວຍເຫລືອອຸປະກອນເຕັກໂນໂລຢີ ທີ່ທັນສະໃໝ. ດ້ານວັດທະນະທຳ ແລະ ການສຶກສາ ກໍ່ສ້າງຊັບພະຍາກອນມະນຸດ, ນະຄອນໂຮ່ຈິມິນ ຈະສືບຕໍ່ໃຫ້ການຊ່ວຍເຫລືອການກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ແຂວງຈຳປາສັກໃນບັນດາຂົງເຂດຕາມທີ່ທາງແຂວງຈຳປາສັກສະເໜີ, ເປັນຕົ້ນ: ໄປສຶກສາໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກສຶກສາ ແລະ ພະນັກງານແຂວງຈຳປາສັກໃນຈຳນວນ 35 ທຶນຕໍ່ປີ, ຊ່ວຍສະໜອງກິດຈະກຳການຝຶກອົບຮົມໄລຍະສັ້ນ ໃຫ້ແກ່ພະນັກງານການແພດ ແຂວງຈຳປາສັກ 10 ທຶນຕໍ່ປີ. ແລະ ແຂວງຈຳປາສັກ ຮັບເອົາພະນັກງານ, ນັກຮຽນຂອງນະຄອນໂຮ່ຈິມິນ ມາຮຽນພາສາລາວ ໄລຍະສັ້ນ ຢູ່ທີ່ແຂວງຈຳປາສັກ 3 ທຶນຕໍ່ປີ ແລະ ໄລຍະຍາວ 1 ທຶນ ສຳລັບ ສືບຕໍ່ຮຽນວິຊາສະເພາະສາຍພາສາລາວ-ວັນນະຄະດີ. ພ້ອມນັ້ນ, ທັງສອງຝ່າຍຈະປະສານສົມທົບກັນ ຈັດບັນດາກິດຈະກຳການເຄື່ອນໄຫວແລກປ່ຽນ, ແຂ່ງຂັນກິລາ ເພື່ອແລກປ່ຽນບົດຮຽນ ແລະ ຍົກສູງລະດັບວິຊາສະເພາະ ຂອງສອງຝ່າຍ ແລະ ສົມທົບກັນ ດຳເນີນໂຄງການ “ຄອບຄົວຊາວຫວຽດນາມກັບນັກສຶກສາລາວ”. ນອກຈາກນັ້ນກໍ່ຍັງມີ ການຮ່ວມມືໃນຂົງເຂດອຶ່ນໆ ເຊັ່ນ: ສອງຝ່າຍເປັນເອກະພາບສືບຕໍ່ເພີ້ມທະວີການພົວພັນຮ່ວມມື, ແລກປ່ຽນບົດຮຽນ ລະຫ່ວາງ ສະພາປະຊາຊົນ, ແນວລາວສ້າງຊາດແຂວງຈຳປາສັກ ແລະ ແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈີ່ມິນ, ສອງຝ່າຍຈະສືບຕໍ່ຊຸກຍູ້ ແລະ ເພີ່ມທະວີການພົວພັນ ລະຫ່ວາງ ຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຊາວໜຸ່ມຄອມມູຍນິດໂຮ່ຈີ່ມິນ, ພິເສດແມ່ນບັນດາກິດຈະກຳອາສາສະໝັກລະດູແລ້ງສີຂຽວ ຂອງຊາວໜູ່ມສອງທ້ອງຖິ່ນ. ແລະ ນະຄອນໂຮ່ຈິມິນ ຍັງ ຈະຮັບເອົາ ບັນດາສະຫາຍພະນັກງານການນຳບຳນານ ຂອງແຂວງຈຳປາສັກ ພ້ອມຄອບຄົວມາ ພັກຜ່ອນ ແລະ ກວດເຊັກສຸຂະພາບປະຈຳປີ ຢູ່ທີ່ນະຄອນໂຮ່ຈີ່ມິນ ຕື່ມອີກ.

 

ຂ່າວ : ທັດຊະນະ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ