ຮອງເຈົ້າແຂວງຈຳປາສັກ ຢ້ຽມຢາມພະນັກງານ-ນັກຮົບແນວໜ້າ
14/02/2023

ໃນວັນທີ 12 ກຸມພາ ຜ່ານມາ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວ ພົບປະຢ້ຽມຢາມພະນັກງານ-ນັກຮົບກຳລັງປະກອບອາວຸດ 9 ກົມກອງ ເຂດເມືອງມຸນລະປາໂມກ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ເຄື່ອງໃຊ້ທີ່ຈຳເປັນ, ໂດຍມີທ່ານ ແກ້ວລັດຕະນະ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ທັງເປັນຮອງປະທານຜູ້ປະຈໍາການ ຄະນະກໍາມະການ ປ້ອງກັນຊາດ ປ້ອງກັນຄວາມສະຫງົບແຂວງ, ທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກ ພ້ອມຄະນະນຳກ່ຽວຂ້ອງເຂົ້າຮ່ວມ.
.jpg)
ການເຄື່ອນໄຫວຄັ້ງນີ້ໄດ້ຢ້ຽມຢາມພົບປະພະນັກງານ-ນັກຮົບ ກອງບັນຊາການທະຫານເມືອງມຸນລະປາໂມກ, ກອງພັນ 20, ກອງພັນ 24, ກອງພັນ 28, ກອງຮ້ອຍຊາຍແດນ 520, 525, 528, 529 ແລະ ກອງກໍ່ສ້າງຮາກຖານການເມືອງ ກອງພົນທະຫານຮາບທີ 5 ຊຶ່ງເປັນການຢ້ຽມຢາມຖາມຂ່າວ, ຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຂອງຄະນະພັກທຸກຂັ້ນ ທີ່ມີຕໍ່ອ້າຍນ້ອງກອງທັບປະຊາຊົນປະຕິວັດລາວ ໂດຍສະເພາະ ຜູ້ທີ່ປະຈຳການຢູ່ແນວໜ້າ ທີ່ໄດ້ເສຍສະຫຼະ ທັງເປັນການສ້າງຂວັນກຳລັງໃຈ, ສ້າງຄວາມອົບອຸ່ນໃຫ້ແກ່ອ້າຍນ້ອງກໍາລັງປະກອບອາວຸດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ໄດ້ອວຍພອນໄຊອັນປະເສີດແດ່ຄະນະພັກ-ຄະນະນຳ, ພະນັກງານ-ນັກຮົບກຳລັງປະກອບອາວຸດທົ່ວກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ພ້ອມກັນສືບຕໍ່ຮັກສາທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ-ພາບ: ພູທິບສະຫວັນ