ຮອງປະທານປະເທດ ລົງຊຸກຍູ້ ການຜະລິດພືດຜັກ ເມືອງປາກຊ່ອງ

14/02/2023

ຮອງປະທານປະເທດ ລົງຊຸກຍູ້ ການຜະລິດພືດຜັກ ເມືອງປາກຊ່ອງ

        ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ ກຸ່ມການປູກ, ການຜະລິດພືດຜັກ ເມືອງປາກຊ່ອງ ໃນວັນທີ 4 ກຸມພາ ຜ່ານມານີ້ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ພິມພອນ ພັນດານຸວົງ ເຈົ້າເມືອງປາກຊ່ອງ ແລະ ມີການນຳພະແນກການກ່ຽວຂ້ອງ ເຂົ້າຮ່ວມຕິດຕາມ. ໃນການເຄື່ອນໄຫວຄັ້ງນີ້, ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ຢ້ຽມຢາມ ສວນປູກດອກໄມ້ສົດ ຂອງ ບໍລິສັດ ດາສະດາ ຈຳປາສັກ ຈຳກັດທີ່ຕັ້ງຢູ່ບ້ານຫຼັກ 11, ເມືອງປາກຊ່ອງ ເປັນສວນປູກດອກໄມ້ໃນຮົ່ມ ແບບປະສົມປະສານ, ບໍລິສັດດາສະດາ ຈຳປາສັກ ຈຳກັດ ໄດ້ສ້າງຕັ້ງເມື່ອປີ 2017 ແລະ ໄດ້ເລີ່ມລົງມືປູກພືດຜັກມາແຕ່ປີ 2018, ມີເນື້ອທີ່32 ເຮັກຕາ ແລະ ເປັນພື້ນທີ່ເຮັດເຮືອນຮົ່ມປູກ ດອກໄມ້ 1 ເຮັກຕາ, ໂດຍມີດອກໄມ້ 2 ຊະນິດ ຄື: ດອກເບັນຈາມາດ (Chrysanthemum) ແລະ ດອກໄຮເດັນເຢຍ (Hydrangea). ໂດຍດອກໄມ້ສ່ວນໃຫຍ່ສົ່ງອອກໄປໄທ. ນອກຈາກນີ້ຍັງມີແຜນທີ່ຈະເພີ່ມຜົນຜະລິດ ແລະ ຂະຫຍາຍຕະຫຼາດໃນຕ່າງປະເທດ ໃຫ້ຫຼາຍຂຶ້ນ.
 
 
        ຫຼັງຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະ ໄດ້ຢ້ຽມຢາມເບິ່ງ ໂຮງງານ ປຸງແຕ່ງ ພືດຜັກ ຂອງບໍລິສັດ ເຟີດສຟູດ ທີ່ຕັ້ງຢູ່ ເມືອງປາກຊ່ອງ, ສ້າງຕັ້ງຂຶ້ນແຕ່ ປີ 2013, ເປັນໂຮງງານ ທີ່ມີສາຍການຜະລິດ ແປຮູບ ແລະ ອົບແຫ້ງ ພືດຜັກ ຫຼາຍຊະນິດ. ໂອກາດນິ້, ທ່ານຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະພັກ-ອົງການປົກຄອງ ທຸກຂັ້ນ ລວມທັງຜູ້ປະກອບການ ກຸ່ມການປູກ, ການຜະລິດພືດຜັກ ເມືອງປາກຊ່ອງ ທີ່ໄດ້ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບ ການຈັດຕັ້ງ ຜັນຂະຫຍາຍ ວາລະຂອງແຂວງ ເປັນໂຄງການລະອຽດ ກໍຄືວາລະແຫ່ງຊາດຕາມ ແຜນວຽກຈຸດສຸມ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍໄດ້ສຸມໃສ່ສົ່ງເສີມການຜະລິດ ກະສິກໍາ, ອຸດສະຫາກໍາປຸງແຕ່ງ ເປັນສິນຄ້າສົ່ງອອກ, ສ້າງພື້ນຖານການຜະລິດ ທີ່ມີທ່າແຮງໃຫ້ກາຍເປັນຖານລາຍຮັບທີ່ໝັ້ນຄົງ, ພ້ອມນັ້ນ, ແຂວງຈຳປາສັກ ຕ້ອງສືບຕໍ່ພັດທະນາເສດຖະກິດໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ ເປັນສູນກາງທາງດ້ານເສດຖະກິດ-ສັງຄົມ ຖືເອົາເສດຖະກິດເປັນພື້ນຖານ ແລະ ສິ່ງແວດລ້ອມເປັນສິ່ງຢັ້ງຢືນເຖິງຄຸນນະພາບຂອງການພັດທະນາ.
 
ຂ່າວ-ພາບ: ທັດຊະນະ ແສງດາລາ

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ