ເຈົ້າແຂວງຈຳປາສັກ ຕ້ອນຮັບ ກົງສູນ ໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ ອໍາລາ

14/02/2023

ເຈົ້າແຂວງຈຳປາສັກ ຕ້ອນຮັບ ກົງສູນ ໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ ອໍາລາ

        ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ຕ້ອນຮັບ ການເຂົ້າຢ້ຽມອໍາລາ ຂອງ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາ ນະຄອນປາກເຊ ໃນຕອນເຊົ້າ ວັນທີ 2 ກຸມພາ 2023, ທີ່ຫ້ອງວ່າການແຂວງຈຳປາສັກ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ທາງການ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ຊິມ ສຸຄົມ ກົງສູນໃຫຍ່ ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍານະຄອນປາກເຊ, ຕະຫລອດໄລຍະການດໍາລົງຕໍາແໜ່ງ ທ່ານໄດ້ເຄື່ອນໄຫວຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໂດຍສະເພາະ ແມ່ນ ທ່ານກົງສູນໃຫຍ່ໄດ້ຊ່ວຍ ປະສານສົມທົບ ຮັດແໜ້ນ ການພົບປະຮ່ວມມືຕ່າງໆ ຮ່ວມກັບ ແຂວງຊຽງແຕງ, ແຂວງລັດຕະນະຄີລີ ແລະ ຊຸກຍູ້ ກອງປະຊຸມວ່າດ້ວຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບແຂວງເປຣະວິເຮຍ ຄັ້ງທີ IX ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວ ພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານເຈົ້າ ແຂວງ ຍັງໄດ້ອວຍພອນໃຫ້ທ່ານ ຊິມ ສຸຄົມ ແລະ ຄອບຄົວ ຈົ່ງມີສຸຂະພາບແຂງແຮງ, ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານອັນໃໝ່. ພ້ອມກັນນີ້, ທ່ານກົງສູນໃຫຍ່ ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍານະຄອນປາກເຊ ໄດ້ສະ ແດງຄວາມຂອບໃຈຕໍ່ທ່ານເຈົ້າແຂວງຈຳປາສັກ ກໍຄື ຄະນະນໍາແຂວງຈຳປາສັກ ທີ່ໃຫ້ການຊຸກຍູ້ ຮ່ວມມືຊ່ວຍເຫລືອ ແລະ ສະໜັບສະໜູນ ຕະຫລອດໄລຍະການປະຕິບັດໜ້າທີ່ກົງສູນໃຫຍ່ ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍາພາກໃຕ້ ສປປ ລາວ ເຮັດໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະສືບຕໍ່ຊຸກຍູ້ເຮັດໃຫ້ການຮ່ວມມືລະຫວ່າງ ຣາຊະອານາຈັກກໍາປູເຈຍ ກັບ ສປປ ລາວ ໂດຍສະເພາະແມ່ນກັບບັນດາແຂວງພາກໃຕ້ຂອງລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
 
ຂ່າວ: ທັດຊະນະ. ພາບ: ພູທິບສະຫວັນ.

 

ຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII
ເອກະສານເຜີຍແຜ່
ໜັງສີພິມ ປະຊາຊົນ
ຜູ້ໃຫ້ການສະໜັບສະໜູນ