ໜ້າທີ່ ຂອງຂະແໜງກໍ່ສ້າງຮາກຖານການເມືອງ
21/12/2022

ພາລະບົດບາດ, ໜ້າທີ່ ຂອງຂະແໜງກໍ່ສ້າງຮາກຖານການເມືອງ
ຂະແໜງກໍ່ສ້າງຮາກຖານການເມືອງ ເປັນຂະແໜງໜຶ່ງຂຶ້ນກັບຫ້ອງວ່າການແຂວງ, ມີພາລະບົດບາດເປັນເສນາທິການ ໃຫ້ຄະນະພັກແຂວງ ໃນການຄົ້ນຄວ້າ, ຊຸກຍູ້, ຕິດຕາມ, ປະເມີນຜົນການຈັດຕັ້ງຜັນຂະຫຍາຍແນວທາງ, ມະຕິ, ຄຳສັ່ງຂອງພັກ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງຢູ່ພາຍໃນແຂວງ ແລະ ສະຫຼຸບວຽກງານດັ່ງກ່າວ ລາຍງານໃຫ້ຫ້ອງວ່າການສູນກາງພັກຢ່າງເປັນປົກກະຕິ ແລະ ມີໜ້າທີ່ລະອຽດດັ່ງນີ້:
- ຊ່ວຍຄະນະຫ້ອງວ່າການແຂວງ ຄົ້ນຄວ້າບັນດາມະຕິ, ຄໍາສັ່ງ ຂອງພັກ ເພື່ອຜັນຂະຫຍາຍເປັນຮ່າງມະຕິ, ຄຳສັ່ງ, ແຜນດຳເນີນງານ ຂອງຄະນະບໍລິຫານງານພັກແຂວງ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ສະເໜີຄະນະພັກແຂວງ ພິຈາລະນາຮັບຮອງ.
- ຊ່ວຍຄະນະຫ້ອງວ່າການແຂວງ ຮ່າງບັນດາແຈ້ງການ, ບົດແນະນຳ, ບົດໂອ້ລົມ, ບົດສໍາພາດ, ບົດຂ່າວ ແລະ ເອກະສານທາງລັດຖະການອື່ນໆ ໃຫ້ແກ່ການນຳຂອງແຂວງ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ.
- ເປັນໃຈກາງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ປັບປຸງລະບົບການເມືອງ ຢູ່ຮາກຖານສຳນັກງານ, ອົງການ, ໂຮງຮຽນ, ໂຮງໝໍ, ວິສະຫະກິດຕ່າງໆຢູ່ອ້ອມຂ້າງແຂວງ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ຂອງບັນດາເມືອງໃນທົ່ວແຂວງ.
- ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານສາມສ້າງ: ສ້າງບ້ານພັດທະນາ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ ຕາມນະໂຍບາຍຂອງພັກໃນແຕ່ລະໄລຍະ.
- ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ສຶກສາອົບຮົມການມືອງ-ແນວຄິດ ໃຫ້ປະຊາຊົນຊັ້ນຄົນຕ່າງໆ ເພື່ອເພີ່ມສະຕິຄວາມເປັນເຈົ້າໃນການພັດທະນາຕົນເອງ ແລະ ປະເທດຊາດ, ສະຕິເຄົາລົບ ແລະ ປະຕິບັດລະບຽບ, ກົດໝາຍ ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ ລະຫວ່າງ ປະຊາຊົນບັນດາເຜົ່າ.
- ເກັບກຳ, ສັງລວມ, ຄຸ້ມຄອງສະຖິຕິ ຂໍ້ມູນຕ່າງໆ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ທົ່ວແຂວງ, ສະຫຼຸບລາຍງານໃຫ້ຫ້ອງວ່າການແຂວງ ແລະ ສູນກາງ ປະຈຳ 3 ເດືອນ, 6 ເດືອນ ແລະ 1 ປີ.
- ເປັນເຈົ້າການສ້າງຄວາມເຂັ້ມແຂງດ້ານວິຊາການ ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ແກ່ພະນັກງານ-ລັດຖະກອນ, ອາສາສະໝັກ ທີ່ລົງຮາກຖານ ແລະ ສ້າງບຸກຄະລາກອນກັບທີ່ ໃຫ້ອຳນາດການປົກຄອງບ້ານ ໃຫ້ເຂັ້ມແຂງ.
- ຂຶ້ນແຜນງົບປະມານປະຈໍາປີ, ຄຸ້ມຄອງ, ນໍາໃຊ້ງົບປະມານທີ່ຂັ້ນເທິງອະນຸມັດ ແລະ ຊັບສົມບັດ ຂອງລັດ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ຕາມລະບຽບການທີ່ໄດ້ກຳນົດໄວ້.
- ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຂັ້ນເທິງ.