ໜ້າທີ່ ຂອງຂະແໜງຄົ້ນຄວ້າ-ສັງລວມ
21/12/2022

ໜ້າທີ່ ຂອງຂະແໜງຄົ້ນຄວ້າ-ສັງລວມ ມີດັ່ງນີ້:
- ຊ່ວຍການນໍາ ຄົ້ນຄວ້າຫັນແນວທາງນະໂຍບາຍຂອງພັກ ແລະ ຜັນຂະຫຍາຍມະຕິກອງປະຊຸມ ຂອງພັກ, ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ເປັນອັນລະອຽດໃນແຕ່ລະໄລຍະ; ຕິດຕາມ, ກວດກາການຈັດຕັ້ງ ປະຕິບັດ ມະຕິ, ຄຳສັ່ງຂອງສູນກາງພັກ; ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ມະຕິ, ຄຳສັ່ງ, ຄຳແນະນຳ ຂອງຄະນະປະຈຳພັກແຂວງ; ແຈ້ງການຕົກລົງ ແລະ ຄວາມເຫັນຊີ້ນຳຕ່າງໆຂອງຂັ້ນເທິງຕໍ່ບັນດາອົງການ, ຂະແໜງ ການອ້ອມຂ້າງແຂວງ ແລະບັນດາເມືອງໃນທົ່ວແຂວງ ເພື່ອສະຫລຸບລາຍງານ, ຂໍທິດຊີ້ນຳໃຫ້ທັນເວລາ ແລະ ຖືກຕ້ອງຊັດເຈນ.
- ຊ່ວຍການນຳຄົ້ນຄວ້າຫັນແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ, ຂອງແຂວງ ແຕ່ລະໄລຍະ ເປັນແຜນວຽກຈຸດສຸມ ແລະ ໂຄງການລະອຽດຂອງອົງການປົກຄອງ ແຂວງ, ພ້ອມທັງຕິດຕາມ, ຊຸກຍູ້ ແລະ ສັງລວມສະພາບການຈັດຕັ້ງປະຕິບັດແຜນວຽກຈຸດສຸມດັ່ງກ່າວ ຂອງບັນດາ ພະແນກການ, ອົງການລັດທຽບເທົ່າພະແນກ, ກົມກອງອ້ອມຂ້າງແຂວງ ແລະ ບັນດາເມືອງ ເພື່ອລາຍງານໃຫ້ຂັ້ນເທິງ ຕາມບັນດາຂົງເຂດວຽກງານ ດັ່ງນີ້:
- ຂົງເຂດເສດຖະກິດ: ວຽກງານແຜນການ ແລະການລົງທຶນ, ການເງິນ, ທະນາຄານ, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ໂຍທາທິການ ແລະ ຂົນສົ່ງ, ພະລັງງານ ແລະ ບໍ່ແຮ່, ເຕັກໂນໂລຊີ ແລະ ການສື່ສານ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
- ຂົງເຂດວັດທະນະທຳ-ສັງຄົມ: ວຽກງານສຶກສາທິການ ແລະ ກິລາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ-ສັງຄົມ, ຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ຍຸຕິທຳ.
- ຂົງເຂດການເມືອງ:ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຕ່າງປະເທດ ແລະການປົກຄອງ.
- ຂົງເຂດຕຸລາການ: ສະພາປະຊາຊົນແຂວງ, ສານ ແລະ ໄອຍະການປະຊາຊົນແຂວງ.
- ວຽກງານຮອບດ້ານຂອງບັນດາເມືອງ ພາຍໃນແຂວງ.
- ສ້າງແຜນການດຳເນີນກອງປະຊຸມຄະນະບໍລິຫານງານພັກແຂວງ, ກອງປະຊຸມສາມັນ ຫຼື ວິສາມັນຂອງ ຄະນະປະຈໍາພັກແຂວງ, ອົງການປົກຄອງແຂວງ, ກອງປະຊຸມເລຂາພັກແຂວງ-ຮອງເລຂາພັກແຂວງ, ກອງປະຊຸມ ເຈົ້າແຂວງ-ຮອງເຈົ້າແຂວງ ແລະ ກອງປະຊຸມອື່ນໆ, ຕິດຕາມເປົ້າໝາຍເຊີນເຂົ້າຮ່ວມ, ພ້ອມທັງປະສານສົມທົບກັບ ບັນດາຂະແໜງການທີ່ກ່ຽວຂ້ອງ ກະກຽມເອກະສານເນື້ອໃນກອງປະຊຸມ ເປັນຕົ້ນ: ວາລະກອງປະຊຸມ, ບົດຄວາມເຫັນເຈາະຈີ້ມ, ບົດຄວາມເຫັນສະຫລຸບກ່ຽວກັບການພິຈາລະນາຕົກລົງ ຫຼື ຊີ້ນຳ, ທັງເຂົ້າຮ່ວມຕິດຕາມ, ຮ່າງບົດບັນທຶກ ແລະ ຮ່າງມະຕິຕົກລົງຂອງກອງປະຊຸມຕາມການມອບໝາຍ.
- ສ້າງແຜນການເຄື່ອນໄຫວຂອງຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກແຂວງ, ອົງການປົກຄອງແຂວງ, ສະຫາຍເລຂາພັກແຂວງ-ເຈົ້າແຂວງ, ຮອງເຈົ້າແຂວງ ໃຫ້ສອດຄ່ອງກັບທິດທາງວຽກງານທີ່ກຳນົດໄວ້ ໃນມະຕິຂອງກອງປະຊຸມໃຫຍ່ແຕ່ລະສະໄໝ ແລະ ທິດທາງວຽກງານຈຸດສຸມຂອງຄະນະພັກແຕ່ລະໄລຍະ; ຕິດຕາມ ຊຸກຍູ້ ແລະ ປະສານສົມທົບກັບພະແນກການ, ບັນດາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດແຜນ ດັ່ງກ່າວໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີປະສິດທິຜົນ.
- ເປັນເຈົ້າການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດານິຕິກຳ ຂອງລັດຖະບານ-ຂອງແຂວງ, ບັນດາມະຕິ, ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການຂອງລັດຖະບານ-ຂອງແຂວງ ແລະ ທິດຊີ້ນຳຂອງເລຂາພັກແຂວງ-ເຈົ້າແຂວງ, ແຈ້ງການ ແລະ ໜັງສືທາງລັດຖະການ ຂອງຫ້ອງວ່າການແຂວງ ທີ່ສົ່ງເຖິງບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ ບັນດາເມືອງ.
- ກະກຽມເນື້ອໃນ, ບົດສະຫຼຸບຕີລາຄາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ, ບົດລາຍງານຂອງອົງການປົກຄອງແຂວງ, ເຈົ້າແຂວງ ຕໍ່ຄະນະປະຈຳພັກແຂວງ, ສະພາປະຊາຊົນແຂວງ, ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ແລະ ຫ້ອງວ່າການສູນກາງພັກ.
- ເກັບກຳ ແລະ ສະໜອງຂໍ້ມູນຂ່າວສານ ແລະ ຕົວເລກສະຖິຕິທີ່ຖືກຕ້ອງ ແລະ ຊັດເຈນ, ສະ ໜອງຂ່າວປະຈຳວັນ, ອາທິດ ແລະ ເດືອນ, ຄົ້ນຄວ້າວິເຄາະ, ວິໄຈສະພາບການທັງພາຍໃນ ແລະ ຕ່າງ ປະເທດ, ສະເໜີຄວາມເຫັນ, ວິທີການແກ້ໄຂ ເພື່ອລາຍງານການນຳໃຫ້ທັນການ ແລະ ມີປະສິດທິຜົນສູງ.
- ຄົ້ນຄວ້າ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ໃນການກຽມບົດປາໄສ, ບົດໂອ້ລົມ, ຄວາມ ເຫັນຊີ້ນຳ, ບົດສຳພາດຂ່າວຕໍ່ພາຍໃນ ແລະ ຕ່າງປະເທດ, ກວດກາຕິດຕາມການຮັບແຂກ, ການເຂົ້າຢ້ຽມຂໍ່ານັບ, ການພົບປະ, ການເຂົ້າຮ່ວມງານລ້ຽງທາງການ, ການເຂົ້າຮ່ວມກອງປະຊຸມຂອງເລຂາພັກແຂວງ-ເຈົ້າແຂວງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແລະ ຄະນະຫ້ອງວ່າການແຂວງ.
- ກວດກາດ້ານເນື້ອໃນ, ນິຕິໃນ, ບັນດາເອກະສານລາຍງານ ແລະ ນິຕິກຳຂອງຫ້ອງວ່າການແຂວງ, ເອກະສານນິຕິກຳຕ່າງໆ ທີ່ສະເໜີການນຳແຂວງລົງລາຍເຊັນ: ຄົ້ນຄວ້າ, ສັງລວມຫຍໍ້ ແລະ ສະເໜີວິທີແກ້ໄຂຕໍ່ຂໍ້ສະເໜີຂອງບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາເມືອງໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ ຕໍ່ຂັ້ນເທິງພິຈາລະນາຊີ້ນຳ ແລະ ຕົກລົງ.
- ກະກຽມເຂົ້າຮ່ວມ ແລະ ບັນທຶກກອງປະຊຸມສ່ອງແສງຂອງ ປກຊ ປກສ, ເມືອງ, ນະຄອນຄະນະພັກ, ປະຈຳເດືອນຂອງຫ້ອງວ່າການແຂວງ ກັບບັນດາອົງຄະນະພັກ, ພະແນກການ, ອົງການລັດທຽບເທົ່າພະແນກ, ອ້ອມຂ້າງແຂວງ ເພື່ອກະກຽມບົດລາຍງານ ສະພາບການທີ່ພົ້ນເດັ່ນ ປະຈຳເດືອນ ແລະ ແຜນວຽກຈຸດສຸມຮອບດ້ານ ຂອງຄະນະພັກ-ອົງການປົກຄອງແຂວງ ຢ່າງເປັນປົກກະຕິ.
- ເຂົ້າຮ່ວມເຄື່ອນໄຫວກວດກາປະເມີນຜົນບັນຫາຕ່າງໆນຳພະແນກການ, ອົງການລັດທຽບເທົ່າ ແລະ ບັນດາເມືອງພາຍໃນແຂວງ.
- ຮ່າງມະຕິ, ຄຳສັ່ງ, ຂໍ້ຕົກລົງ, ບົດລາຍງານ, ບົດຄວາມເຫັນ, ແຈ້ງການ ແລະ ເອກະສານທາງລັດ ຖະການອື່ນໆ ທີ່ກ່ຽວຂ້ອງກັບການນຳພາ-ຊີ້ນຳ ຂອງຄະນະພັກ, ຄະນະປະຈຳ, ເຈົ້າແຂວງ ກ່ຽວກັບການອຳນວຍຄວບຄຸມ, ຄຸ້ມຄອງຂອງຄະນະພັກ, ອົງການປົກຄອງແຂວງ, ເຈົ້າແຂວງ ຕາມການມອບໝາຍຂອງຫົວໜ້າຫ້ອງວ່າການແຂວງ, ພ້ອມທັງຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ.
- ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍ ຂອງຂັ້ນເທິງ.